ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກຣັກ​ ລົງ​ນາມ​​ເຊັນ​ສັນຍາໃນ​ຂໍ້​ຕົກລົງ​ສັ່ງ​ຊື້​ເຄື່ອງ​ບິນ​ຂັບ​ສູ້ Rafale ຈາກ​ຝຣັ່ງ​ເພີ່ມ​ອີກ 6 ລຳ

     ອີງ​ຕາມ​ສຳນັກ​ຂ່າວ​ເຈນ​ລາຍ​ງານ​ວ່າ: ເມືອ​ບໍ່​ດົນ​ມາ​ນີ້, ປະເທດ​ເກຣັກ​ ໄດ້​ລົງ​ນາມ​​ເຊັນ​ສັນຍາໃນ​ຂໍ້​ຕົກລົງ​ສັ່ງ​ຊື້​​ເຄື່ອງບິນ​ສູ້​ຮົບຮຸ້ນ
assault Rafale ເພີ່ມ​ຕື່ມ​ອີກ​ຈຳນວນ 6 ລຳ​ຈາກ​ຝຣັ່ງ ໂດຍ​ທັງ​ສອງ​ຝ່າຍ​ແມ່ນ​ໄດ້​ເຊັນ​ສັນ ຍາ​ກັນ​ລະຫວ່າງສອງ ​ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະເທດ, ເຊິ່ງ​ກ່ອນ​ໜ້າ​ນີ້​ເກຣັກ​ເຄີຍ​ສັ່ງ​ຊື້​ເຄື່ອງບິນ​ສູ້​ຮົບ​ລຸ້ນ​ດັ່ງກ່າວ​ໄປ​ແລ້ວ​​ຈຳນວນ 18 ລຳ.

     ເຄື່ອງບິນ​ສູ້​ຮົບ Rafale ຈຳນວນ 18 ລຳ​ທຳ​ອິດ​ ຂອງ​ກອງທັບ​ເກຣັກ​ ປະກອບ​ມີ​ເຄື່ອງ ບິນ​ສູ້​ຮົບ Rafale ມື​ສອງ​ຈຳ ນວນ 12
ລຳ ​ຈາກ​ຝຣັ່ງ ແລະ ໃນ​ຈຳນວນ 12 ລຳ ​ແມ່ນ​ມີລຸ້ນ Rafale B ທີ່​ມີ​ສອງ​ບ່ອນ​ນັ່ງ 10 ລຳ ແລະ ເຄື່ອງບິນ​ສູ້​ຮົບ Rafale C ຮຸ້ນ​
ບ່ອນ​ນັ່ງ​ດຽວ 2 ລຳ ພ້ອມ​ກັບ​ເຄື່ອງບິນ​ສູ້​ຮົບ​ຮຸ້ນ Rafale F3R ລຸ້ນ​ສ້າງ​ຂຶ້ນ​ໃໝ່​ອີກ​ຈຳນວນ 6 ລຳ.

     ສຳລັບ​ການ​ລົງ​ນາມ​​ເຊັນ​ສາຍາໃນ​ຂໍ້​ຕົກ ລົງ​ສັ່ງ​ຊື້​ຄັ້ງ​ນີ້​ມີ​ຈຳນວນ 6 ລຳ ຂໍ້​ມູນ​ບໍ່​ໄດ້​ມີ​ການ​ເປີດເຜີຍ​ລາຍ​ອຽດ​ວ່າ​ສັ່ງ​ຊື້​ເຄື່ອງສູ້​ຮົບ​​
ລຸ້ນ​ໃໝ່ ຫຼື ເຄື່ອງບິນ​ສູ​້ຮົບ​ມື​ສອງ ຖ້າ​ຫາກ​ເປັນ​ເຄື່ອງບິນ​ຮຸ້ນ Rafale F3R ຈະ​ມີ​ການ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ລຸ້ນ​ປ່ອຍ​ນຳ​ວິຖີ​ລຸ້ນ
BVRAAM: Beyond Visual Range Air-to-Air Missile ແລະ ອາວຸດ​ປ່ອຍ​ນຳ​ວິຖີ​ຈາກ ອາກາດສູ່​ພື້ນ​ທີ່​ມີ​ຄວາມ​ແມ້ນ
ຢ້ຳ​ສູງ​ຮຸ້ນ Laser ຮຸ້ນ​ໃໝ່​ຫຼ້າສຸດ, ຕິດ​ຕັ້ງກ້ອງ​ຊີ້​ເປົ້າ​ໝາຍ​ອາກາດ​ໄລຍະ​ໄກ​ຮຸ້ນ Thales TALIOS (Targeting Long-
range Identification Optronic System) ພ້ອມທັງ​ຕິດ​ຕັ້ງ​ລະບົບ​ຫຼີກ​ລ່ຽງ​ການບິນ​ແບບ​ອັດຕະໂນມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2024